ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໒ ທັນວາ ໒໐໒໕

ຄໍາສັບພາສາອັງກິດໃນຂ່າວ Expulsion ແປວ່າ ການຂັບໄລ່


ຮຽນຄໍາສັບພາສາອັງກິດໃນຂ່າວ Expulsion ແປວ່າ ການຂັບໄລ່
please wait

No media source currently available

0:00 0:01:00 0:00

ຮຽນຄໍາສັບພາສາອັງກິດໃນຂ່າວ Expulsion ແປວ່າ ການຂັບໄລ່

Welcome to the Voice of America’s News Words.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ ຮຽນຄໍາສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄໍາສັບ ທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ.

ຮຽນຄໍາສັບພາສາອັງກິດໃນຂ່າວ Expulsion ແປວ່າ ການຂັບໄລ່
please wait

No media source currently available

0:00 0:03:00 0:00

In March, Russian ex-spy Sergei Skripal and his daughter were poisoned by a dangerous chemical in a small town in Britain.

ໃນ​ເດືອນ​ມີນາ​, ອະດີດ​ນັກສືບ ຣັດ​ເຊຍ ທ້າວ ເຊີເກ ສກຣີປາລ (Sergei Skripal) ​ແລະ​ລູກ​ສາວ​ຂອງ​ລາວ​ຖືກວາງຢາ​ພິດດ້ວຍ​ສານ​ເຄ​ມີ​ອັນ​ຕະລາຍ​ ຢູ່ທີ່​ເມືອງ​ນ້ອຍໆ​ແຫ່ງ​ນຶ່ງ​ໃນປະເທດ​ອັງກິດ.

EXPULSION: EXPULSION

Britain’s Prime Minister said Russia was behind the attacks.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ກ່າວ​ວ່າ ຣັດ​ເຊຍ ເປັນຜູ້​ຢູ່​ເບື້ອງ​ຫຼັງ​ການ​ລົງມືກະທໍາການໂຈມຕີດັ່ງກ່າວ.

Britain and more than 20 countries said Russian diplomats must leave.

ອັງກິດ ​ແລະ ຫຼາຍກວ່າ 20 ປະ​ເທດ​ກ່າວ​ວ່າ ນັກ​ການ​ທູດ​ຣັດ​ເຊຍ ​ຕ້ອງ​ອອກ​ຈາກ​ປະ​ເທດໄປ.

This will be the single biggest expulsion for over 30 years.

ນີ້ຈະ​ເປັນ​ການ​ຂັບ​ໄລ່​ຄັ້ງ​ດຽວ​ທີ່​ໃຫຍ່​ທີ່​ສຸດ​ໃນ​ຮອບຫຼາຍກວ່າ 30 ປີ.

Russian president Vladimir Putin denies the charges and ordered the expulsion of some foreign diplomats from Russia.

ປະທານາທິບໍດີຣັດ​ເຊຍ ທ່ານວະລາດີເມຍ ປູຕິນ ໄດ້ປະຕິ​ເສດຕໍ່​ຂໍ້​ກ່າວ​ຫາດັ່ງກ່າວ ​ແລະກໍ​ມີຄໍາ​ສັ່ງ​ໃຫ້​ຂັບ​ໄລ່​ນັກ​ການ​ທູດ​ຕ່າງປະ​ເທດ​ຈໍານວນນຶ່ງ​ອອກ​ຈາກຣັດ​ເຊຍເຊັ່ນກັນ.

Expulsion is the act of forcing someone to leave a place, such as a country or a school.

ການຂັບໄລ່ (expulsion) ແມ່ນເປັນການບັງຄັບໃຫ້ຜູ້ໃດຜູ້ນຶ່ງອອກຈາກບ່ອນໃດໜຶ່ງເຊັ່ນວ່າ ປະເທດ ຫຼື ໂຮງຮຽນ.

Expulsion is a severe measure, often meant as a punishment.

Expulsion ແມ່ນມາດຕະການທີ່ຮຸນແຮງ, ເຊິ່ງຄໍາສັບດັ່ງກ່າວນີ້ ມັກຈະມີຄວາມຫມາຍກ່ຽວກັບການລົງໂທດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG