ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໒ ທັນວາ ໒໐໒໕

ພາສາອັງກິດ ຄໍາສັບໃນຂ່າວ Congesed ແປວ່າ ແອອັດ ຫຼື ໜາແໜ້ນ


Congested ແມ່ນຄໍາຄຸນນາມ, ມີຄວາມໝາຍວ່າ ໜາແໜ້ນ ຫຼື ແອອັດ ເຊັ່ນ: ມີຄົນໄປຫຼິ້ນບຸນທາດຫຼວງຫຼາຍຈົນແຫຍ້ກັນ
please wait

No media source currently available

0:00 0:01:00 0:00

Congested ແມ່ນຄໍາຄຸນນາມ, ມີຄວາມໝາຍວ່າ ໜາແໜ້ນ ຫຼື ແອອັດ ເຊັ່ນ: ມີຄົນໄປຫຼິ້ນບຸນທາດຫຼວງຫຼາຍຈົນແຫຍ້ກັນ.

Welcome to the Voice of America’s News Words.

ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸກະຈາຍສຽງ VOA.

ພາສາອັງກິດ ຄໍາສັບໃນຂ່າວ Congested ແປວ່າ ແອອັດ ຫຼື ໜາແໜ້ນ
please wait

No media source currently available

0:00 0:02:49 0:00

In Nigeria’s Borno state, hundreds of people have died of cholera in the last few months.

ໃນລັດ ບໍໂນ ຂອງ ໄນຈີເຣຍ, ປະຊາຊົນຫຼາຍຮ້ອຍຄົນເສຍຊີວິດ ຍ້ອນໂຣກ ອະຫິວາ ໃນຊ່ວງໄລຍະສອງສາມເດືອນທີ່ຜ່ານມານັ້ນ.

CONGESTED: CONGESTED

The disease has spread in camps for displaced people.

ພະຍາດດັ່ງກ່າວ ໄດ້ແຜ່ລາມຢູ່ໃນສູນສໍາລັບຜູ້ຖືກພັດພາກຈາກຖິ່ນຖານ.

Chima Onwe help run the camp.

ທ່ານ ຊິມາ ອົນເວ, ແມ່ນຜູ້ຊ່ວຍດໍາເນີນງານຢູ່ໃນສູນດັ່ງກ່າວ.

He said the congested living space is a reason for the spread and that people have limited access to clean water and healthy conditions.

ທ່ານ​ກ່າວ​ວ່າ ບ່ອນຢູ່​ອາ​ໄສ​ທີ່​ແອ​ອັດ ​ເປັນ​ສາ​ເຫດ​ທີ່​ພາ​ໃຫ້​ມີ​ການ​ແຜ່​ກະ​ຈາຍ​ແລະ​ປະ​ຊາ​ຊົນ​ເຫຼົ່ານັ້ນມີ​ຂໍ້​ຈໍາ​ກັດ​ໃນການ​ເຂົ້າ​ເຖິງ​ນໍ້າ​ສະ​ອາດ​ ແລະ​ ສະ​ພາບແວດ​ລ້ອມ​ທີ່​ດີ​ຕໍ່ສຸ​ຂະ​ພາບ ​.

Congested describes something that is crowded or too full with things such as people or vehicles.

Congested ອະທິບາຍເຖິງບາງສິ່ງທີ່ແອອັດ ຫຼື ເຕັມໄປດ້ວຍສິ່ງຕ່າງໆເຊັ່ນ: ຄົນ ຫຼື ຍານພາຫະນະ.

Human and animals are congested when a part of the body is blocked with fluid.

ມະນຸດ ແລະ ສັດ ຈະມີ​ອາ​ການ​ອືດ ເມື່ອບາງສ່ວນຂອງຮ່າງກາຍຖືກຕັນ ດ້ວຍຂອງແຫຼວ.

Now you know what congested means.

ບັດນີ້ ທ່ານກໍຮູ້ແລ້ວວ່າ congested ໝາຍຄວາມວ່າແນວໃດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG