ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໒ ທັນວາ ໒໐໒໕

ພາສາອັງກິດ ຄໍາສັບໃນຂ່າວ Collaboration ແປວ່າ ການຮ່ວມມື


Collaboration ແມ່ນຄໍານາມ ມີຄວາມໝາຍວ່າ ການຮ່ວມມີ ເຊັ່ນ ການດໍາເນີນງານຮ່ວມມືກັນ
please wait

No media source currently available

0:00 0:01:00 0:00

Collaboration ແມ່ນຄໍານາມ ມີຄວາມໝາຍວ່າ ການຮ່ວມມີ ເຊັ່ນ ການດໍາເນີນງານຮ່ວມມືກັນ.

Welcome to the Voice of America’s News Words.

ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸກະຈາຍສຽງ VOA.

ພາສາອັງກິດ ຄໍາສັບໃນຂ່າວ Collaboration ແປວ່າ ການຮ່ວມມື
please wait

No media source currently available

0:00 0:02:51 0:00

In California, a robot with a personality makes and serves coffee.

ໃນລັດ ຄາລິຟໍເນຍ, ຫຸ່ນຍົນທີ່ມີບຸກຄະລິກະພາບໂຕນຶ່ງ ທໍາການ ຊົງ ແລະ ໃຫ້ບໍລິການກາເຟ.

COLLABORATION: COLLABORATION

At CafeX, a robot makes many cups pf coffee, knows when supplies are needed and even dances.

ຢູ່ທີ່ CafeX, ຫຸ່ນຍົນໂຕນຶ່ງ ຈະ​ເຮັດກາເຟພ້ອມກັນຫຼາຍຈອກ, ໂດຍຮູ້ເຖິງ ເວລາທີ່ຕ້ອງ​ການສິນ​ຄ້າ, ແລະນອກນັ້ນ ກໍຍັງຮູ້ເຕັ້ນ​ລຳນໍາອີກດ້ວຍ.

There is always a human nearby to help and talk with customers.

ມັນຈະ​ມີມະນຸດຢູ່ບໍລິເວນໃກ້ຄຽງຕະຫຼອດເວລາ ເພື່ອຊ່ວຍ ແລະ ສົນ ທະນາກັບບັນດາລູກຄ້າ.

The café is a modern vision of collaboration.

ຄາເຟ ດັ່ງ​ກ່າວແມ່ນວິໄສທັດທີ່ທັນສະໄໝຂອງການດໍາເນີນການຮ່ວມມື.

Collaboration is the process of two or more people, organizations or things working together to complete a task or reach a goal.

Collaboration ແມ່ນຂັ້ນຕອນການເຮັດວຽກຮ່ວມກັນຂອງສອງຄົນ, ອົງການຈັດຕັ້ງຕ່າງໆ, ສິ່ງຂອງຕ່າງໆຈໍານວນນຶ່ງ ຫຼື ຫຼາຍກວ່ານັ້ນ ເພື່ອດໍາເນີນວຽກງານໃຫ້ປະສົບຜົນສໍາເລັດ ຫຼືໃຫ້ບັນລຸເປົ້າໝາຍໃດນຶ່ງ.

The word collaboration is often used when there is disloyal cooperation with an enemy of one’s country.

ຄຳ​ວ່າ collaboration ​ມັກຈະ​ຖືກ​ນໍາໃຊ້​ເມື່ອ​ມີ​ການ​ຮ່ວມ​ມື​ທີ່​ບໍ່​ສັດ​ຊື່​ກັບ​ສັດ​ຕູ​ຂອງ​ປະ​ເທດນຶ່ງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG