ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໒ ທັນວາ ໒໐໒໕

ພາສາອັງກິດ ໃນນຶ່ງນາທີ, “What makes someone tick” ແປວ່າ “ສິ່ງທີ່ເຮັດໃຫ້ໃຜຄົນນຶ່ງກ້າວໄປຂ້າງໜ້າ ຫຼື ມີແຮງຈູງໃຈ”


ພາສາອັງກິດ ໃນນຶ່ງນາທີ, “What makes someone tick” ແປວ່າ “ສິ່ງທີ່ເຮັດໃຫ້ໃຜຄົນນຶ່ງກ້າວໄປຂ້າງໜ້າ ຫຼື ມີແຮງຈູງໃຈ”
please wait

No media source currently available

0:00 0:00:59 0:00

ພາສາອັງກິດ ໃນນຶ່ງນາທີ, “What makes someone tick” ແປວ່າ “ສິ່ງທີ່ເຮັດໃຫ້ໃຜຄົນນຶ່ງກ້າວໄປຂ້າງໜ້າ ຫຼື ມີແຮງຈູງໃຈ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Some clocks tick. That is how you know they work. But what makes a person tick?

ໂມງບາງໜ່ວຍຈະເໜັງຕິກໆ. ນັ້ນແມ່ນສິ່ງທີ່ບົ່ງບອກວ່າພວກມັນຍັງບໍ່ຕາຍ. ແຕ່ແມ່ນຫຍັງທີ່ເຮັດໃຫ້ຄົນຜູ້ນຶ່ງຍ່າງໄປຂ້າງໜ້າ ຫຼື ມີແຮງຈູງໃຈ?

Anna: Dan, we’ve been working together for a while. But I feel like I don’t know you.

ອານນາ: ແດນ,​ ພວກເຮົາກໍເຮັດວຽກນໍາກັນມາຊ່ວງໄລຍະໃດນຶ່ງແລ້ວ. ແຕ່ ຂ້ອຍຮູ້ສຶກຄືວ່າ ຂ້ອຍຍັງບໍ່ຮູ້ຈັກເຈົ້າ.

Dan: Well, I don’t talk about myself that much at work.

ແດນ: ກະປະມານວ່າ, ຂ້ອຍບໍ່ເວົ້າກ່ຽວກັບໂຕເອງຫຼາຍປານໃດ ຢູ່ບ່ອນເຮັດວຽກ.

Anna: I know you like pickle ball. But – who is Dan?

ອານນາ: ຂ້ອຍຮູ້ວ່າ ເຈົ້າມັກຫຼິ້ນກິລາປິກໂກລ ບອລ. ແຕ່ - ແດນແມ່ນຄົນແນວໃດ?

Dan: I don’t know what you’re talking about.

ແດນ: ຂ້ອຍບໍ່ຮູ້ວ່າ ເຈົ້າກຳລັງເວົ້າຫຍັງນິ.

Anna: What does he want? What does he care about? What does he love? What makes Dan tick?

ອານນາ: ລາວຕ້ອງການຫຍັງ? ລາວສົນໃຈຫຍັງ ? ລາວມັກຮັກຫຍັງ? ແມ່ນຫຍັງທີ່ເປັນແຮງຈູງໃຈ ທີ່ເຮັດໃຫ້ລາວ ຍ່າງໄປຂ້າງໜ້າ?

The things that “make someone tick” are the things that cause them behave in a certain way. They are a person’s feelings, dreams, hopes, opinions, fears… everything!

ສິ່ງທີ່ “make someone tick” ແມ່ນສິ່ງທີ່ ເຮັດໃຫ້ເຂົາເຈົ້າ ປະພຶດໂຕ ໄປໃນຮູບແບບໃດນຶ່ງ. ພວກມັນແມ່ນ ຄວາມຮູ້ສຶກ, ຄວາມຝັນ, ຄວາມຫວັງ, ຄວາມຄິດເຫັນ, ຄວາມຢ້ານກົວ ຂອງຄົນຜູ້ນຶ່ງ... ທຸກຢ່າງ!

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG